Official Website
Lao Services
Portal
Register | ເຂົ້າລະບົບ

Legal Document
Title: Notification on temporary stop accepting application for import-export company registration No. 0822/POS MOIC
Type: Notification
Responsible Agency: Ministry of Industry and Commerce
Issuing Date: 2025-04-25
Click here to see the measures contained in this document


ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ

ຫ້ອງການ                                                                                                                                                          ເລກ​ທີ  0822 /ຫອຄ

                                                                                                                                                ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ  22  ເມສາ 2025

                                                                               ແຈ້ງການ

 

        ເຖິງ:  - ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ.

              - ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

                - ບໍລີສັດທີ່ດໍາເນີນກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບເຂດທົ່ວປະເທດ.

        ເລື່ອງ: ປິດປັບປຸງລະບົບການລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນຜູ້ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ.

 

 

ເພື່ອເປັນການປັບປຸງລະບົບລົງທະບຽນ ແລະ ຄຸ້ມຄອງຖານຂໍ້ມູນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ ໃຫ້ມີຄວາມສະຖຽນ, ການກວດຄືນຂໍ້ມູນຂອງໃບຢັ້ງຢືນການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ ຂອງບັນດາບໍລິສັດ ເພື່ອສັງລວມຂໍ້ມູນໃຫ້ກະຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ. ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການດັ່ງນີ້:

  1. ໂຈະຊົ່ວຄາວ ການຮັບຄຳຮ້ອງລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກ ໃໝ່ ນັບແຕ່ວັນທີ 22 ເມສາ 2025 ເປັນຕົ້ນໄປ.
  2. ສຳລັບຄຳຮ້ອງຂໍລົງທະບຽນທີ່ໄດ້ຍື່ນເຂົ້າມາໃນລະບົບກ່ອນວັນທີ 22 ເມສາ 2025, ໂດຍສະເພາະກິດຈະ ການທີ່ຕິດພັນກັບການສົ່ງອອກສິນຄ້າ ຊຶ່ງໄດ້ມີສັນຍາຮ່ວມກັນກັບ ລັດຖະບານ ຫຼື ຜູ້ຄ້າຢູ່ຕ່າງປະເທດ ກົມການຄ້າຕ່າງປະເທດຈະສືບຕໍ່ແກ້ໄຂໃຫ້ເປັນແຕ່ລະກໍລະນີໄປ.
  3. ມອບໃຫ້ ກົມການຄ້າຕ່າງປະເທດ ເປັນເຈົ້າການກຳນົດເງື່ອນໄຂການຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ແລະ ສົມທົບພາກສ່ວນກ່ຽວຂ້ອງ ເຜີຍແຜ່ແຈ້ງການສະບັບນີ້.

 

ດັ່ງ​ນັ້ນ, ຈຶ່ງແຈ້ງມາ​ຍັງທ່ານ ເພື່ອ​ຊາບ ແລະ ເປັນບ່ອນອີງຈັດຕັ້ງປະຕິບັດຕາມທາງຄວນດ້ວຍ.

                                                                         

                                                                                      ຫົວໜ້າຫ້ອງການ



Download English:Notification on temporary stop accepting application for import-export company registration No. 0822/POS MOIC

Download Lao:Notification on temporary stop accepting application for import-export company registration No. 0822/POS MOIC